ການຄອບຄອງຕາມປະເພນີ

ໃນໄລຍະທີ 3, MRLG ສືບຕໍ່ໃຫ້ບຸລິມະສິດໃນການຮັບຮູ້ ແລະ ການປົກປ້ອງສິດຄອບຄອງຕາມປະເພນີຂອງຊຸມຊົນທ້ອງຖິ່ນ ແລະ ຊາວກະສິກອນຂະໜາດນ້ອຍໃນພາກພື້ນແມ່ນ້ຳຂອງ. ການເຮັດວຽກຢ່າງໃກ້ຊິດກັບບັນດາພາກສ່ວນກ່ຽວຂ້ອງທີ່ສໍາຄັນທັງລະດັບພາກພື້ນ ແລະ ລະດັບຊາດ, ລວມທັງບັນດາໜ່ວຍງານລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, MRLG ໄດ້ສົມທົບກັບ​ຄູ່​ຮ່ວມ​ຈັດ​ຕັ້ງ​ປະ​ຕິ​ບັດກ່ຽວ​ກັບ ການຄອບຄອງຕາມປະເພນີໃນພາກພື້ນ (RCA) ເພື່ອຊຸກຍູ້ການຄົ້ນຄ້ວາ, ການສົ່ງເສີມ, ແລະ ການຈັດຕັ້ງປະຕິບັດບັນດາຂໍ້ແນະນໍາອາຊຽນກ່ຽວກັບການສິດຄອບຄອງຕາມປະເພນີ ທີ່ອອກໂດຍ ກອງເລຂາອາຊຽນ ໂດຍການສະໜັບສະໜູນຈາກໂຄງການໃນໄລຍະທີ 2. ໃນລະດັບຊາດ, MRLG ໄດ້ສຸມໃສ່ແກ້ໄຂບັນດາບຸລິມະສິດສະເພາະ ແລະ ສິ່ງທ້າທາຍຕ່າງໆທີ່ປະເຊີນພົບພໍ້ໂດຍຊຸມຊົນທ້ອງຖິ່ ສິ່ງນີ້ລວມມີການດໍາເນີນການຄົ້ນຄ້ວາ, ການສົ່ງເສີມການປະຕິຮູບທາງດ້ານກົດໝາຍ ແລະ ນະໂຍບາຍ, ແລະ ການພັດທະນາເຄື່ອງມືປະຕິບັດສໍາລັບການຮັບຮູ້​ສິດການຄອບຄອງຕາມປະເພນີ. ຄວາມສະເໝີພາບລະຫວ່າງບົດບາດຍິງ-ຊາຍ ແລະ ການມີສ່ວນຮ່ວມຂອງຊຸມຊົນຍັງຄົງເປັນຈຸດ​ສຸ​ມຂອງແນວຄວາມຄິດລິເລີ່ມທັງໝົດ. ໃນປະເທດກໍາປູເຈຍ, MRLG ສຸມໃສ່ການປັບປຸງກົດໝາຍເຂດປ່າປ້ອງ​ກັນ, ໃນຂະນະທີ່ຢູ່ໃນ ສປປ ລາວ, ຈຸດສຸມແມ່ນການຫັນ​ປ່ຽນ​ສິດການຄອບຄອງ​ພື້ນ​ທີ່ປ່າໄມ້ເປັນທາງການ. ໃນປະເທດມຽນມາ, ທ່າມກາງຄວາມຂັດແຍ້ງ ແລະ ຄວາມບໍ່ມີສະຖຽນລະພາບທາງດ້ານການເມືອງ, MRLG ສະໜັບສະໜູນສິດຄອບ​ຄອງທີ່ດິນຂອງຊຸມຊົນທ້ອງຖິ່ນ ແລະ ການຈັດຕັ້ງປະຕິບັດຕາມປະເພນີ. ໂດຍຜ່ານການຈັດຕັ້ງປະຕິບັດທີ່ມີເປົ້າໝາຍເຫຼົ່ານີ້ໃນໄລຍະທີ 3, MRLG ມີເປົ້າໝາຍເພື່ອຮັບປະກັນສິດ​ຄອບ​ຄອງທີ່ດິນ ແລະ ປັບປຸງຊີວິດການເປັນຢູ່ຂອງຊາວກະສິກອນຂະໜາດນ້ອຍ ແລະ ຊຸມຊົນທ້ອງຖິ່ນໃນທົ່ວພາກພື້ນແມ່ນ້ຳຂອງ.

Scroll to Top