

ການລົງທຶນກະສິກໍາທີ່ມີຄວາມ ຮັບຜິດຊອບ (RAI) ຂອງ MRLG ສົ່ງເສີມການລົງທຶນກະສິກໍາແບບ ມີຄວາມຮັບຜິດຊອບ ແລະ ຍືນຍົງໃນພາກພື້ນແມ່ນໍ້າຂອງ ບົນພື້ນຖານ ຄໍາແນະນຳຂອງອາຊຽນ ກ່ຽວກັບການສົ່ງເສີມການລົງທຶນ ທີ່ມີຄວາມຮັບຜິດຊອບໃນດ້ານອາ ຫານ, ກະສິກຳ ແລະ ປ່າໄມ້ (ASEAN- RAI). ວຽກຈຸດສຸມ RAI ດຳເນີນການໃນລະດັບພາກພື້ນ ແລະ ລະດັບຊາດ ໃນປະເທດກຳປູເຈຍ, ລາວ ແລະ ຫວຽດນາມ, ໂດຍການມີສ່ວນຮ່ວມຂອງໜ່ວຍງານ ພາກລັດຖະບານ, ອົງການຈັດຕັ້ງທາງສັງຄົມ ແລະ ພາກເອກະຊົນ. ໃນລະດັບຊາດ ບັນດາກິດຈະກໍາພາຍໃຕ້ ວຽກຈຸດສຸມຂອງ RAI ແມ່ນຖືກອອກແບບເພື່ອແກ້ໄຂຕາ ມບັນດາບຸລິມະສິດສະເພາະຂອງປະເທດ , ລວມທັງການອຳນວຍຄວາມສະດວກໃຫ້ ແກ່ການສົນທະນາດ້ານນະໂຍບາຍ, ການເຮັດການຄົ້ນຄວ້າກ່ຽວກັບກາ ນລົງທຶນກ່ຽວກັບທີ່ດິນ, ແລະ ການສົ່ງເສີມການປະຕິຮູບກົດໝາ ຍທີ່ປົກປ້ອງສິດຂອງຊາວກະສິກອ ນຂະໜາດນ້ອຍ ແລະ ສົ່ງເສີມການຈັດຕັ້ງປະຕິບັດກະ ສິກຳແບບຍືນຍົງ. ໃນລະດັບພາກພື້ນຂອງວຽກງານ RAI, ໂຄງການ MRLG ສະໜັບສະໜູນເວທີການແລກປ່ຽນຄ ວາມຮູ້ ແລະ ການຈັດຕັ້ງປະຕິບັດແບບຮ່ວມມືໃ ນທົ່ວບັນດາກຸ່ມພັນທະມິດລະດັ ບຊາດ ໂດຍອີງໃສ່ປະສົບການຂອງພວກເຂົາໃ ນການຈັດຕັ້ງປະຕິບັດ ອາຊຽນ-RAI ແລະ ບັນດາບຸລິມະສິດ ນະໂຍບາຍຮ່ວມ ອື່ນໆ, ໂດຍສະເພາະ ກ່ຽວກັບການຜະລິດກະສິ ກໍາແບບມີຂໍ້ຜູກພັນສັນຍາ ແລະສະຫະກອນ. ຄູ່ຮ່ວມຈັດຕັງປະຕິບັດໂຄງກ ານ ໃນພາກພື້ນຍັງໄດ້ສຸມໃສ່ການສະ ໜັບສະໜູນການລົງທຶນແບບຍືນ ຍົງດ້ານສິ່ງແວດລ້ອມ ແລະ ສັງຄົມຫຼາຍຂຶ້ນໃນຂະແໜງຢາງພາລ າ, ມີການລົງທຶນຂະໜາດໃຫຍ່ໃນຂະແໜ ງການດັ່ງກ່າວໃນລະດັບພາກພື້ນ, ເຊິ່ງສ່ວນໃຫຍ່ແມ່ນຜ່ານການລົງ ທຶນຂ້າມຊາຍແດນລະຫວ່າງບັນດາປະເ ທດແມ່ນໍ້າຂອງ. ເຊັ່ນດຽວກັນກັບກໍລະນີພາຍໃຕ້ ຫົວຂໍ້ CT, ຄວາມສະເໝີພາບລະຫວ່າງບົດບາດຍິ ງ- ຊາຍແມ່ນຄວາມກັງວົນທີ່ສໍາຄັນໃ ນການປັບປຸງຜົນການຈັດຕັ້ງປະຕິ ບັດທາງສັງຄົມຂອງການລົງທຶນກະ ສິກໍາ, ລວມທັງຄວາມເຂົ້າໃຈຕໍ່ກັບຜົນຂ ອງການປັບຕົວ ແລະ ການຫຼຸດຜ່ອນການປ່ຽນແປງດິນ ຟ້າອາກາດ ເພື່ອຄວາມໝັ້ນຄົງດ້ານການຄອບ ຄອງທີ່ດິນຂອງຊາວກະສິກອນຂະໜາ ດນ້ອຍ.
ໂດຍການປະສານສົມທົບກັນໃນລະດັບພາກພື້ນ ແລະ ລະດັບຊາດ, MRLG ຮ່ວມມືກັບລັດຖະບານ, ອົງການຈັດຕັ້ງສາກົນ ແລະ ພາກເອກະຊົນ ເພື່ອສົ່ງເສີມການລົງທຶນກະສິກຳຢ່າງມີຄວາມຮັບຜິດຊອບ, ຮັບປະກັນບັນດາໝາກຜົນທີ່ສະເໝີພາບ, ແລະ ປັບປຸງການຄຸ້ມຄອງທີ່ດິນ ແລະ ການຈັດຕັ້ງປະຕິບັດການກະສິກຳຢູ່ພາກພື້ນແມ່ນ້ຳຂອງ.