
ໂຄງການຄຸ້ມຄອງທີ່ດິນພາກພື້ນແມ່ນໍ້າຂອງ (MRLG) ໃນປະເທດກຳປູເຈຍ ສຸມໃສ່ສອງຈຸດສຸມສຳຄັນຄື: ການຄອບຄອງຕາມປະເພນີ (CT) ແລະ ການລົງທຶນກະສິກຳທີ່ມີຄວາມຮັບຜິດຊອບ (RAI).
ວຽກຈຸດສຸມ CT ມີຈຸດປະສົງເພື່ອຈັດຕັ້ງປະຕິບັດການບັນທຶກການຄອບຄອງຕາມປະເພນີ ແລະ ເຄື່ອງມືແຜນທີ່ການນໍາໃຊ້ຊັບພະຍາກອນຕ່າງໆໂດຍການຮ່ວມມືກັບ ອົງການ NGOs ແລະ CSOs ທີ່ສຸມໃສ່ວຽກອະນຸລັກ ທີ່ເຮັດວຽກກັບ ພື້ນທີ່ປ່າປົກປ້ອງຊຸມຊົນ (CPA) ແລະ ຊຸມຊົນພື້ນເມືອງຕ່າງໆ. ວຽກຈຸດສຸມ CT ໃຫ້ອໍານາດແກ່ຊຸມຊົນເຫຼົ່ານັ້ນທີ່ຈະເຂົ້າມີສ່ວນຮ່ວມຢ່າງຫ້າວຫັນໃນຂະບວນການທີ່ສໍາຄັນຕ່າງໆເຊັ່ນ: ການແບ່ງເຂດໃນເຂດປ່າປ້ອງກັນ, ການຂຶ້ນທະບຽນທີ່ດິນລັດ, ການອອກແບບໂຄງການ REDD+, ຄໍາຮ້ອງສະໝັກ CPA, ການຄຸ້ມຄອງຊັບພະຍາກອນພາຍໃນ ແລະ ການແກ້ໄຂຂໍ້ຂັດແຍ່ງທ້ອງຖິ່ນ.
ວຽກຈຸດສຸມ CT ສະໜັບສະໜູນການວາງແຜນການຄຸ້ມຄອງ CPA ເພື່ອກໍານົດໂອກາດທາງເສດຖະກິດ, ລວມທັງການມີສ່ວນຮ່ວມກັບພາກເອກະຊົນ, ໃນຂະນະທີ່ຮັບປະກັນການຈັດຕັ້ງປະຕິບັດການປົກປ້ອງສິດໃນວຽກງານການຫລຸດຜ່ອນທາດອາຍພິດເຮືອນແກ້ວ (REDD+) ແລະ ກົນໄກການແບ່ງປັນຜົນປະໂຫຍດສໍາລັບຊຸມຊົນ ຢ່າງສະເໝີພາບ ແລະ ໂປ່ງໃສ.
MRLG ຍັງສະໜັບສະໜູນການພັດທະນາ ແລະ ການປັບປຸງນິຕິກຳຍ່ອຍທີ່ກ່ຽວຂ້ອງ, ໂດຍສຸມໃສ່ການທົບທວນຄໍາແນະນໍາ CPA, ຄຳແນະນຳການບັນທຶກການຄອບຄອງຕາມປະເພນີ, ແລະ ກົນໄກການແບ່ງປັນຜົນປະໂຫຍດຂອງ REDD+. ໂຄງການດັ່ງກ່າວເນັ້ນໃສ່ການສ້າງຂີດຄວາມອາດສາມາດໃຫ້ແກ່ຜູ້ນໍາ CPA ທັງຍິງ ແລະ ຊາຍ, ຊຸມຊົນພື້ນເມືອງ, ການສົ່ງເສີມຄວາມສະເໝີພາບຍິງ-ຊາຍ ແລະ ການປົກປ້ອງສິດຄອບຄອງໃນຂົງເຂດຊີວະນາໆພັນ.
ພາຍໃຕ້ ວຽກຈຸດສຸມ RAI, ບູລິມະສິດໄລຍະທີ 3 ຂອງ MRLG ແມ່ນສຸມໃສ່ການເສີມສ້າງພັນທະສັນຍາ ແລະ ການສົ່ງເສີມການຮ່ວມມືພາກລັດ, ເອກະຊົນ ແລະ ຜູ້ຜະລິດ ພາຍໃຕ້ກົດໝາຍວ່າດ້ວຍສັນຍາກະສິກຳໃນອະນາຄົດ, ເຊິ່ງຮັບປະກັນຄວາມໂປ່ງໃສ ແລະ ສັນຍາຢ່າງເປັນທາງການລະຫວ່າງຊາວກະສິກອນ ແລະ ບໍລິສັດທຸລະກິດກະສິກຳ. ໂຄງການດັ່ງກ່າວສະໜັບສະໜູນບົດສົນທະນາດ້ານນະໂຍບາຍ ແລະ ການປຶກສາຫາລືພາກລັດທີ່ກ່ຽວຂ້ອງກັບຫົວໜ່ວຍພາກເອກະຊົນ ແລະ ສະຫະກອນກະສິກຳ, ທີ່ພັດທະນາຄໍາແນະນໍາສໍາລັບການແກ້ໄຂຂໍ້ຂັດແຍ່ງ ແລະ ກົນໄກການຮ້ອງທຸກສໍາລັບສັນຍາກະສິກຳ. ໂຄງການດັ່ງກ່າວຍັງໄດ້ສຸມໃສ່ການສ້າງຄວາມອາດສາມາດໃຫ້ແກ່ຊາວສະຫະກອນກະສິກໍາ ລວມທັງຜູ້ນໍາແມ່ຍິງ ແລະ ບໍລິສັດເອກະຊົນທຸລະກິດກະເສດ, ເພື່ອຄຸ້ມຄອງສັນຍາການຜະລິດກະສິກໍາຢ່າງມີປະສິດທິພາບ ແລະ ປ້ອງກັນຂໍ້ຂັດແຍ້ງຕ່າງໆ.