ປະເທດຫວຽດນາມ

ໃນປະເທດຫວຽດນາມ, ໂຄງການຄຸ້ມຄອງທີ່ດິນພາກພື້ນແມ່ນໍ້າຂອງ (MRLG) ໄດ້ຮັບຮອງເອົາວິທີການເຮັດວຽກແບບປະສົມປະສານ ເພື່ອກ້າວໄປສູ່ຄວາມໝັ້ນຄົງດ້ານການຄອບຄອງທີ່ດິນ, ການເຂົ້າເຖິງທີ່ດິນຢ່າງສະເໝີພາບ ແລະ ການປັບປຸງການຄຸ້ມຄອງທີ່ດິນ. ໂຄງການດັ່ງກ່າວໄດ້ລວມເອົາອົງປະກອບ ​ສິດການຄອບຄອງຕາມປະເພນີ (CT) ແລະ ການລົງທຶນກະສິກໍາທີ່ມີຄວາມຮັບຜິດຊອບ (RAI), ທີ່ອີງຕາມຍຸດທະສາດໃນແຕ່ລະຂັ້ນຕອນທີ່ສ້າງຂຶ້ນບົນພື້ນຖານຜົນສໍາເລັດທີ່ຜ່ານມາ ແລະ ນໍາໃຊ້ແນວຄວາມຄິດລິເລີ່ມທີ່ມີຢູ່ແລ້ວເພື່ອຜົນກະທົບທີ່ຍືນຍົງ. ໃນໄລຍະທີ 3 ນີ້, ແຜນງານໄດ້ສຸມໃສ່ການປະກອບສ່ວນເຂົ້າໃນການປັບປຸງ ແລະ ການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍທີ່ດິນ, ໂດຍເນັ້ນສະເພາະໃສ່ການສະສົມ ແລະ ຈຸດສຸມທີ່ດິນກະສິກຳ (agriculture land accumulation and concentration “ALAC”), ການຈັດຫາທີ່ດິນ, ການຊົດເຊີຍ, ການສະໜັບສະໜູນ ແລະ ການຍົກຍ້າຍຈັດສັນ (LACSR) ແລະ ການປະສານຮ່ວມເຂົ້າກັບ ກົດໝາຍວ່າດ້ວຍປ່າໄມ້.

ເຄືອຂ່າຍຄູ່ຮ່ວມມື MRLG ໃນປະເທດຫວຽດນາມ ມີບົດບາດສຳຄັນໃນການບັນລຸເປົ້າໝາຍຂອງໂຄງການ. ດ້ວຍການສຸມໃສ່ການເສີມຂະຫຍາຍສະພາບແວດລ້ອມທີ່ເອື້ອອໍານວຍແບບມີສ່ວນຮ່ວມໃນການຄຸ້ມຄອງທີ່ດິນແບບຍືນຍົງ, ເຄືອຂ່າຍຈັດຕັ້ງປະຕິບັດວຽກງານເພື່ອຮັບປະກັນຄວາມໝັ້ນຄົງດ້ານການຄອບຄອງ ແລະ ການເຂົ້າເຖິງທີ່ດິນທີ່ສະເໝີພາບຂອງທຸກພາກສ່ວນ, ໂດຍສະເພາະແມ່ນກຸ່ມທີ່ມີຄວາມສ່ຽງ ເຊັ່ນ: ຊາວກະສິກອນຂະໜາດນ້ອຍ, ຊົນເຜົ່າສ່ວນນ້ອຍ ແລະ ແມ່ຍິງ. ໂດຍຜ່ານການປະສານສົມທົບກັນຢ່າງຫ້າວຫັນກັບກົມທີ່ດິນ ແລະ ກົມປົກປັກຮັກສາປ່າໄມ້, ເຄືອຂ່າຍໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປັບປຸງກົດໝາຍວ່າດ້ວຍທີ່ດິນ ປີ 2013 (ປັດຈຸບັນໄດ້ຜ່ານໃນປີ 2024 ພາຍໃຕ້ການສະໜັບສະໜູນຈາກໂຄງການ) ແລະ ການປັບປຸງດຳລັດ ເລກທີ 156 (ດຳລັດແນະນໍາວ່າດ້ວຍກົດໝາຍວ່າດ້ວຍປ່າໄມ້ ປີ 2018) ແລະ ນະໂຍບາຍຕ່າງໆທີ່ກ່ຽວຂ້ອງກັບທີ່ດິນ/ປ່າໄມ້ອືື່ນໆ.

ໃນຂັ້ນດໍາເນີນງານ, ຈຸດສຸມຫຼັກຂອງເຄືອຂ່າຍແມ່ນນອນຢູ່ໃນການສ້າງຄວາມອາດສາມາດຂອງພາກສ່ວນກ່ຽວຂ້ອງທີ່ສໍາຄັນ. ໂດຍການສ້າງຄວາມຮັບຮູ້ຢ່າງຫ້າວຫັນ ແລະ ການຕິດຕາມຄວາມກ້າວໜ້າຢ່າງລະອຽດຮອບຄອບ, ເຄືອຂ່າຍສະໜັບສະໜູນການຈັດຕັ້ງປະຕິບັດກົດໝາຍ ແລະ ນະໂຍບາຍຕ່າງໆທີ່ກ່ຽວຂ້ອງກັບທີ່ດິນຢ່າງມີປະສິດທິຜົນ, ຊຸກຍູ້ການສົນທະນາ ດ້ານນະໂຍບາຍຫັນປ່ຽນ ແລະ ການເຊື່ອມຕໍ່ບົດບາດຍິງ-ຊາຍ ພາຍໃນກອບວຽກການຄຸ້ມຄອງທີ່ດິນ. ພາຍໃຕ້ຍຸດທະສາດການຈັດຕັ້ງປະຕິບັດວຽກງານ 3 ປີ, ເຄືອຂ່າຍໄດ້ພາກພຽນເຮັດວຽກເພື່ອຮັບປະກັນຄວາມຍືນຍົງຂອງການຈັດຕັ້ງປະຕິບັດ ແລະ ຍາດເອົາບັນດາການຈັດຕັ້ງປະຕິບັດໃນຕົວຈິງທີ່ດີທີ່ສຸດ ພ້ອມທັງກະກຽມບົດສະຫຼຸບຄວາມສໍາເລັດຂອງໂຄງການ MRLG ໃນປະເທດຫວຽດນາມ.

ສະຫລຸບລວມແລ້ວ, ໂຄງການ MRLG ໃນປະເທດຫວຽດນາມ, ທີ່ຂັບເຄື່ອນດ້ວຍວິທີການ ວຽກຈຸດສຸມ ແບບປະສົມປະສານ, ພະຍາຍາມສ້າງລະບົບການຄອບຄອງທີ່ດິນທີ່ໝັ້ນຄົງ ແລະ ສະເໝີພາບຂຶ້ນຕື່ມ, ໃນຂະນະທີ່ປັບປຸງການຈັດຕັ້ງປະຕິບັດການຄຸ້ມຄອງທີ່ດິນ. ເຄືອຂ່າຍຫວຽດນາມຂອງ MRLG ມີບົດບາດສຳຄັນໃນການບັນລຸບັນດາເປົ້າໝາຍເຫຼົ່ານີ້, ພ້ອມດ້ວຍຄຳໝັ້ນສັນຍາທີ່ດີເພື່ອຊຸກຍູ້ສະພາບແວດລ້ອມແບບມີສ່ວນຮ່ວມ ແລະ ສົ່ງເສີມຜົນປະໂຫຍດຂອງບັນດາກຸ່ມທີ່ມີຄວາມສ່ຽງກ່ຽວກັບບັນດາບັນຫາທີ່ກ່ຽວຂ້ອງກັບທີ່ດິນ.

[Partner Icons]

[Country Thumbnails]

Scroll to Top